ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດການເລື່ອນຊັ້ນໃຫ້ນາຍທະຫານ ພັນຕີ ຂຶ້ນ ພັນໂທ ຢູ່ເຂດໃຈກາງທີ I


 ສະຫາຍ ພົນໂທ ທອງລອຍ ສີລິວົງ ກຳມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງທັບເປັນປະທານ

    ພິທີປະກາດການເລື່ອນຊັ້ນ, ເລື່ອນທຽບຊັ້ນໃຫ້ນາຍທະຫານ ຊັ້ນພັນຕີ ຂຶ້ນ ຊັ້ນພັນໂທ ຢູ່ເຂດໃຈກາງທີ I ໄດ້ຈັດຂຶ້ນໃນວັນທີ29 ມີນາ 2024
ນີ້, ທີ່ກະຊວງປ້ອງກັນປະເທດ ໂດຍການເປັນປະທານຂອງ ສະຫາຍ ພົນໂທ ທອງລອຍ ສີລິວົງ ກຳມະການສູນກາງພັກ ຮອງລັດຖະມົນຕີກະຊວງ
ປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະບັນຊາ, ກົມກອງອ້ອມຂ້າງກະຊວງປ້ອງກັນປະເທດ ແລະ ນາຍທະຫານ
ທີ່ໄດ້ຮັບການເລື່ອນຊັ້ນໃໝ່ເຂົ້າຮ່ວມ.

     ສະຫາຍ ພັນເອກ ຄໍາເອ້ຍ ສຸກແສງເໜືອ ຮອງຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະ
ເທດວ່າດ້ວຍການເລື່ອນຊັ້ນໃຫ້ນາຍທະຫານ ພັນຕີ ຂຶ້ນຊັ້ນ ພັນໂທ ຂອງບັນດາກົມກອງ ເຂດໃຈກາງທີ I. ອີງຕາມກົດໝາຍນາຍທະຫານກອງທັບ
ປະຊາຊົນລາວ ວ່າດ້ວຍການເລື່ອນຊັ້ນນາຍທະຫານ, ອີງຕາມການຄົ້ນຄວ້າ ແລະ ນໍາສະເໜີຂອງກົມໃຫຍ່ການເມືອງກອງທັບ ກະຊວງປ້ອງກັນປະ
ເທດ ຕົກລົງ ເລື່ອນຊັ້ນ, ເລື່ອນທຽບຊັ້ນ ພັນຕີ ຂຶ້ນຊັ້ນ ພັນໂທ ໃຫ້ນາຍທະຫານ ຂອງບັນດາກົມກອງກຳລັງຫຼວງ ແລະ ກຳລັງທ້ອງຖິ່ນ ຢູ່ເຂດໃຈ
ກາງທີI ຈໍານວນ 122 ສະຫາຍ, ຍິງ 16 ສະຫາຍ; ໃນນີ້; ກົມໃຫຍ່ການເມືອງກອງທັບ 05 ສະຫາຍ, ຫ້ອງວ່າການກະຊວງປ້ອງກັນປະເທດ 05 ສະ
ຫາຍ, ຫ້ອງການຄະນະກໍາມະການ ປກຊ-ປກສ ສູນກາງ 01 ສະຫາຍ, ສະພາແຫ່ງຊາດ 01 ສະຫາຍ, ກົມ 213 ຈໍານວນ 22 ສະຫາຍ, ໂຄງການ
0137 ຈໍານວນ 02 ສະຫາຍ, ກອງພັນໃຫຍ່ 279 ຈໍານວນ 03 ສະຫາຍ, ກອງບັນຊາການທະຫານແຂວງຫົວພັນ 17 ສະຫາຍ, ກອງບັນຊາການ
ທະຫານແຂວງຊຽງຂວາງ 16 ສະຫາຍ, ກອງບັນຊາການທະຫານແຂວງໄຊສົມບູນ 05 ສະຫາຍ, ກອງບັນຊາການທະຫານແຂວງບໍລິຄໍາໄຊ 08 ສະ
ຫາຍ, ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ 18 ສະຫາຍ, ໂຮງຮຽນທິດສະດີການເມືອງກອງທັບ 04 ສະຫາຍ, ໂຮງຮຽນວັດທະນະທໍາ
ຊົນເຜົ່າກອງທັບ 02 ສະຫາຍ, ນັກຮຽນຕ່າງປະເທດ 12 ສະຫາຍ ແລະ ທູດ 01 ສະຫາຍ.

     ໂອກາດນີ້, ສະຫາຍ ພົນໂທ ທອງລອຍ ສີລິວົງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ນາຍທະຫານທີ່ໄດ້ຮັບການເລື່ອນຊັ້ນ ແລະ ເລື່ອນທຽບຊັ້ນ
ໃໝ່ ແລະ ໄດ້ຮຽກຮ້ອງໃຫ້ນາຍທະຫານທີ່ໄດ້ຮັບການເລື່ອນຊັ້ນ, ທຽບຊັ້ນໃໝ່ ຈົ່ງພ້ອມກັນສືບຕໍ່ຄົ້ນຄວ້າເຊື່ອມຊຶມແນວທາງນະໂຍບາຍຂອງພັກ,
ກົດໝາຍຂອງລັດ, ຂໍ້ກໍານົດກົດລະບຽບຂອງກອງທັບວາງອອກຢ່າງເຂັ້ມງວດ ເປັນເຈົ້າການຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງໃຫ້ມີຄວາມຮູ້ຄວາມສາ
ມາດ, ມີຄຸນສົມບັດສິນທໍາປະຕິວັດ ກຽມພ້ອມປະຕິບັດໜ້າທີ່ວຽກງານຕາມການມອບໝາຍຂອງຂັ້ນເທິງໃຫ້ມີຜົນສໍາເລັດອັນຈົບງາມ.

ແຫຼ່ງຂ່າວໂດຍ ສຸເວດ ສີດາຄໍາ
ວັນທີ 01/04/2024